"I Give Up" Text
"I Give Up" hat Texte in laotisch Sprache.
Die Bedeutung von „I Give Up“ stammt aus der Sprache laotisch und wird derzeit nicht in die englische Übersetzung umgewandelt.
Song : ຍອມແລ້ວ ( ยอมแล้ว )
Artist : K9P, LING, LIL KONE
Lyric : K9P
Rap : LIL KONE
Melody : K9P
Beat prod: PED GT
Mix & Mastering by : PED GT
Lyric: ยอมแล้ว
Hook *** ( LING )
ຂ້ອຍຍອມແລ້ວ ກັບຄວາມຮັກ
ຂໍຍອມເເພ້ ຄວາມຊົງຈຳດີໆ
ທີ່ເຄີຍມີໃຫ້ກັນ
ທຸກພາບເຫຼົ່ານັ້ນຂ້ອຍຍັງຕິດຕາ ແລະ ຟັງໃຈ
ບໍ່ເອົາແລ້ວ ກັບຄວາມຮັກ
ຂໍຍອມແພ້ທຸກເລື່ອງລາວດີໆ
ຂໍໃຫ້ມັນຈາງຫາຍໄປ
ຂ້ອຍຕ້ອງເຮັດຈັງໃດຈື່ງຈະລືມ
Verse 1 (K9P)
ຫຼືອາດເປັນເພາະຟ້າລິຂິດ
ທີ່ເຮັດໃຫ້ມີແຕ່ຜິດຫວັງ
ທຸ້ມເທໃຫ້ກັບຮັກແລ້ວກໍ່ມີແຕ່ພັງ
ຂ້ອຍນັ່ງແຫງ້ນເບິ່ງທ້ອງຟ້າແຫລະໝູ່ດາວ
ຖ້າຫາກມີພອນຂໍ້ໜຶ່ງຈະຂໍ
ຜ່ານແສງຈັນທາໃນຄືນລາຕີ
ສ່ອງແສງນຳທາງໃຫ້ສົມຫວັງຈັກທີ
ໂອ...ຄວາມຮັກທີ່ມືດມົວ
ບອກກັບຕົວເອງວ່າຄວນພໍຈັກທີ
Verse 2 (LIL KONE)
ຂ້ອຍຂໍຍອມແພ້ໃນທຸກເລື່ອງຄວາມຮັກ
ຮູ້ດີວ່າຄວນພັກ
ຍັງຈື່ໄດ້ດີໃນຕອນທີ່ເຮົາມີຄວາມສຸກ
ແຕ່ສຸດທ້າຍກະຄວນຢຸດ
ໃນເມື່ອຫົວໃຈມັນບໍ່ຕົງກັບປາກເວົ້າ
ຟ້າບໍ່ເປັນໃຈຫຼືມັນເປັນຍ້ອນບາບເຮົາ
ລັບຕາເທື່ອໃດມັນຍັງຄົງເຫັນໜ້າເຈົ້າ
ຢາກຈ່ະກັບໄປແຕ່ມັນຄົງຈະຊ້າແລ້ວ
ມັນຄົງບໍ່ທັນ ເຈົ້າຄົງບໍ່ຟັງ
ຍັງຄົງຄິດຮອດຄວາມຊົງຈຳທີ່ດີ
ຄົງບໍ່ມີວັນ ທີ່ຈະດີກັນ
ເຄີຍສ້າງຄວາມສຸກມານຳກັນເປັນປີໆ
ແຕ່ເລື່ອງລາວເຮົານັ້ນກະເປັນພຽງຄວາມຊົງຈຳ
ຄິດຮອດສັນຍາທີ່ສອງເຮົາເຄີຍລົມກັນ
ໃຫ້ເຈົ້າມີຄວາມສຸກກັບຄົນໃຫມ່ເຈົ້າຄົນນັ້ນ
ມັນຄົງເປັນບາບກຳທີ່ຖືກຟ້າມັນລົງທັນ
ຜິດທີ່ຂ້ອຍເອງພະຍາຍາມຈະຕື້ເຈົ້າ
ແກ້ວທີ່ແຕກແລ້ວບໍ່ມີທາງຈະຄືເກົ່າ
ຂ້ອຍຈື່ໄດ້ໝົດເລື່ອງຂອງເຮົາໃນມື້ນັ້ນ
ແຕ່ຕອນໝູ່ຖາມຂ້ອຍກະບອກວ່າລືມແລ້ວ
ຜິດທີ່ຫົວໃຈຂ້ອຍມັນໂລເລ
ເຈົ້າບໍ່ຮູ້ສືກເພາະເຈົ້າເປັນຄົນເທ
ເພາະໃນທຸກມື້ຂ້ອຍກະມີແຕ່ນັ່ງໃຫ້
ເຖິງຊິເຈັບໃຈຊຳໃດກະບອກວ່າໂອເຄ
Hook *** (K9P)
ຂ້ອຍຍອມແລ້ວ ກັບຄວາມຮັກ
ຂໍຍອມເເພ້
ຄວາມຊົງຈຳດີໆ ຂໍໃຫ້ລືມມັນໄດ້
ທຸກພາບເຫລົ່ານັ້ນຂ້ອຍຍັງຕິດຕາແລະຝັງໃຈ
ບໍ່ເອົາແລ້ວກັບຄວາມຮັກຂໍຍອມແພ້
ຄວາມຊົງຈຳດີໆ ຂໍໃຫ້ມັນຈາງຫາຍໄປ
ຂ້ອຍຕ້ອງເຮັດຈັງໃດເພື່ອຈະລືມ
#ຍອມແລ້ວ#ยอมแล้ว#ຂ້ອຍຍອມແລ້ວກັບຄວາມຮັກ
ຂໍຍອມເເພ້